ນັກສຶກສາລາວຫອ້ງວິທະຍາສາດການບໍລິຫານລຸ້ນທີ 18 ມະຫາວິທະຍາໄລວິທະຍາສາດແຂວງຖາຍງວຽນໄດ້ເວົ້າຫຍັງກ່ຽວກັບສາຍວິທະຍາສາດການບໍລິຫານ

ໃນສົກສຶກສາ 2020-2021 ຫ້ອງວິທະຍາສາດການບໍລິຫານລຸ້ນທີ 18, ສາຍວິທະຍາສາດການບໍລິຫານເຊິ່ງຂຶ້ນກັບຄະນະວິທະຍາສາດສັງຄົມແລະມະນຸດສາດມະຫາວິທະຍາໄລວິທະຍາສາດຖາຍງວຽນ.

ເປັນກຽດທີ່ໄດ້ຕ້ອນຮັບສອງນ້ອງນັກສຶກສາທີ່ມາຈາກສາທາລະນະລັດປະຊາທິປະໄຕປະຊາຊົນລາວນັ້ນກໍ່ຄືພອນສະຫວັດພິລາມະໂຄດແລະກຳມະນີສຸລິນະປະໂລ.ໝູ່ເພື່ອນຫວຽດນາມໄດ້ຕັ້ງຊື່ເປັນພາສາຫວຽດໃຫ້ພອນສະຫວັດວ່າທູເຮືອງ(Thu Hương) ແລະຕັ້ງໃຫ້ກ່ຳມະນີແມ່ນໄມ (May) ອ່ອນໂຍນແລະເຂົ້າເຂົ້າເຖິງໄດ້ງ່າຍແມ່ນສິ່ງທີ່ໃຜໆກໍຮູ້ສຶກໄດ້ໃນເວລາທີ່ໃກ້ຊິດກັບທູເຮືອງແລະໄມ.

ເພື່ອເປັນການກະກຽມໃສ່ວຽກຮຽນມະຫາວິທະຍາໄລຢູ່ຫວຽດນາມພວກເຂົາທັງສອງໄດ້ມີເວລາກຽມພາສາຫວຽດເຖິງຈະເປັນເວລາສັ້ນໆແຕ່ພວກເຂົາທັງສອງກໍ່ສາມາດສື່ສານພາສາຫວຽດໄດ້ຢ່າງຄ່ອງແຄ້ວແລະຊຳນິຊຳນານໃນແບບທີ່ວ່າເກືອບຊິບໍ່ພົບກັບບັນຫາໃນການສື່ສານ. ໃນຕອນທີ່ຖາມວ່າ :ເປັນຫຍັງພວກນ້ອງຈຶ່ງເລືອກຮຽນສາຍວິທະຍາສາດການບໍລີຫານຢູ່ທີ່ມະຫາວິທະຍາໄລວິທະຍາສາດທາຍງວຽນ, ເຮືອງໄດ້ກ່າວວ່າ: "ພວກນ້ອງຮຽນສາຍວິທະຍາສາດການບໍລິຫານກໍ່ຍ້ອນວ່າມັນມີຄວາມສຳຄັນຫຼາຍທຸກໆອົງການຈັດຕັ້ງບໍ່ວ່າຈະຢູ່ໃນໄລຍະໃດ, ປັດຈຸບັນຫຼືອະນາຄົດລ້ວນແລ້ວແຕ່ຕ້ອງການການບໍລິຫານ. ພວກນ້ອງມີຄວາມຕັ້ງໃຈຢາກຄົ້ນຄວ້າກ່ຽວກັບສາຍສະເພາະບໍລິຫານຊັບພະຍາກອນມະນຸດ, ການບໍລິຫານ, ບໍລິຫານວິສາຫະກິດຂອງສາຍວິທະຍາສາດການບໍລິຫານ" ຄືກັບນັກສຶກສາລາວທີ່ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລວິທະຍາສາດ,ທູເຮືອງແລະໄມກໍ່ບໍ່ສາມາດຫລີກລ້ຽງກັບຄວາມບໍ່ຄຸ້ນເຄີຍໃນສະພາບແວດລ້ອມໃໝ່ແຕ່ວ່າຍ້ອນຄວາມເອົາໃຈໃສ່ຂອງຄະນະອະທິການບໍດີ, ຫ້ອງການຄຸ້ມຄອງຂອງຄະນະ / ພາກວິຊາພ້ອມກັບຫ້ອງວິທະຍາສາດການບໍລິຫານລຸ້ນທີ18, ມາເຖິງປັດຈຸບັນທູເຮືອງແລະໄມສາມາດປັບຕົວເຂົ້າກັບສະພາບແວດລ້ອມການຮຽນໄດ້ເປັນຢ່າງດີ. ໄມໄດ້ກ່າວວ່າ"ຕັ້ງແຕ່ນ້ອງເລີ່ມເຂົ້າຮຽນທີ່ມະຫາວິທະຍາໄລວິທະຍາສາດຄູອາຈານໃນໂຮງຮຽນ , ຄະນະວິທະຍາສາດທັງຄົມແລະມະນຸດສາດໄດ້ຊ່ວຍເຫຼືອພວກນ້ອງຢ່າງເຕັມທີ່ໝູ່ເພື່ອນທຸກຄົນເປັນກັນເອງແລະຊ່ວຍເຫຼືອພວກນ້ອງໃຫ້ປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໄດ້ໄວຂຶ້ນ, ພວກນ້ອງບໍ່ໄດ້ຮູ້ສຶກກັງວົນອີກຕໍ່ໄປໃນເວລາທີ່ຮຽນແລະດຳລົງຊີວິດໄກຈາກຄອບຄົວ".

ນອກຈາກຫຼັກສູດການສຶກສາເທິງຫ້ອງຮຽນເພື່ອເປັນການຊ່ວຍໃຫ້ນັກສຶກສາມີໂອກາດໄດ້ເຝິກຝົນທັກສະການສື່ສານ, ເຝິກຝົນບັນດາທັກສະວິຊາຊີບຕ່າງໆຕັ້ງແຕ່ປີທຳອິດນັກສຶກສາຫ້ອງວິທະຍາສາດການບໍລິຫານລຸ້ນທີ 18 ໄດ້ມີໂອກາດລົງປະສົບການຕົວຈິງຢູ່ທີ່ສູນກາງບໍລິການລັດຖະກິດແຂວງຖາຍງວຽນ. ໃນເວລາທີ່ຖາມກ່ຽວກັບຄວາມຮູ້ສຶກຕອນລົງປະສົບການ, ພອນສະຫວັດແລະກ່ຳມະນີໄດ້ກ່າວວ່າ: " ພວກນ້ອງຮູ້ສຶກວ່າມັນຫນ້າສົນໃຈຫລາຍ, ເພາະວ່າພວກນ້ອງໄດ້ເຂົ້າໃຈກ່ຽວກັບສາຍຮຽນຂອງຕົນເອງຫລາຍຂຶ້ນ, ໄດ້ແນະນຳວິທີປະກອບເອກະສານໃຫ້ກັບປະຊາຊົນ, ໄດ້ຝຶກຝົນທັກສະການສື່ສານແລະຍັງມີໂອກາດຮຽນຮູ້ກ່ຽວກັບວັດທະນະທຳແລະການເຮັດວຽກຂອງສຳນັກງານໃນປະເທດຫວຽດນາມຫລາຍຂຶ້ນ. ບໍພຽງແຕ່ຫ້າວຫັນກັບກິດຈະກຳການຮຽນ, ນັກສຶກສາສາຍວິທະຍາສາດການບໍລິຫານຍັງຕັ້ງໜ້າເຂົ້າຮ່ວມກິດຈະກຳຂອງຄະນະຊາວໜຸ່ມ, ສະຫະພັນນັກສຶກສາຂອງໂຮງຮຽນເຊັ່ນວ່າ: ງານປູກຕົ້ນໄມ້, ອະນາໄມເຂດຫໍພັກແລະຂອບເຂດໂຮງຮຽນ. ກິດຈະກຳເຫລົ່ານັ້ນໄດ້ຊ່ວຍໃຫ້ພວກເຂົາເຂົ້າໃຈກ່ຽວກັບຄົນແລະປະເທດຫວຽດນາມຫລາຍຂຶ້ນແລະຮັກມະຫາວິທະຍາໄລວິທະຍາສາດແຫ່ງນີ້ຫລາຍຂຶ້ນ. ເສັ້ນທາງຂ້າງໜ້າຍັງຄົງມີຫລາຍສິ່ງທ້າທາຍແຕ່ເຊື່ອໝັ້ນກັບການກຳນົດທິດທາງຂອງທາງມະຫາວິທະຍາໄລ, ຄະນະ, ການປ່ຽນແປງໃນຫລັກສູດການຮຽນການສອນຂອງສາຍວິທະຍາສາດການບໍລິຫານພ້ອມກັບຈັນຍາບັນ, ຄວາມອົດທົນແລະຄວາມຕັ້ງໝັ້ນຈະເຮັດໃຫ້ພວກນ້ອງນັກສຶກສາລາວຕັ້ງຫນ້າເກັບກຳເອົາຄວາມຮູ້ທີ່ເປັນປະໂຫຍດແລະທັກສະທີ່ຈຳເປັນເພື່ອຈະໄດ້ກັບໄປຮັບໃຊ້ປະເທດຊາດບ້ານເມືອງ.

ດ້ານລຸ່ມແມ່ນບາງຮູບກ່ຽວກັບກິດຈະກຳການຮຽນແລະກິດຈະກຳນອກຫ້ອງຮຽນຂອງນັກສຶກສາລາວສາຍວິທະຍາສາດການບໍລິຫານ.

ອາຈານແລະນັກສຶກສາວິທະຍາສາດການບໍລິຫານລຸ້ນທີ18 ລົງປະສົບການຕົວຈິງຢູ່ທີ່ສູນກາງບໍລິການລັດຖະກິດແຂວງຖາຍງວຽນ.

ແນະນຳປະຊາຊົນປະກອບເອກະສານຢູ່ສູນກາງບໍລິການລັດຖະກິດແຂວງຖາຍງວຽນ

ເຂົ້າຮ່ວມງານປູກຕົ້ນໄມ້ທີ່ຈັດຂຶ້ນໂດຍ TNCSHCM ມະຫາວິທະຍາໄລວິທະຍາສາດ.